ຜະລິດຕະພັນ ແລະ ການບໍລິການ

ລາວ ໂທລະຄົມ ຜູ້ໃຫ້ບໍລິການໂທລະຄົມມະນາຄົມຄົບວົງຈອນຂອງ ສ.ປ.ປ ລາວ ນຳໜ້າກ້າວສູ່ການ ສື່ສານລະດັບໂລກ ຢ່າງພູມໃຈ
ດ້ວຍການນຳເອົາເທັກໂນໂລຢີການສື່ສານ ລະບົບມືຖື 3G ເຊິ່ງ ເປັນລະບົບໂທລະສັບມືຖື ທີ່ທັນສະໄຫມທີ່ສຸດໃນຍຸກປະຈຸບັນ ມາໃຫ້ບໍລິການເປັນຜູ້ທຳອິດ
ເຮົາມາຮູ້ຈັກກັນກ່ອນວ່າ ລະບົບໂທລະສັບມືຖື ແມ່ນມີການພັດທະນາເທັກໂນໂລຢີຄືແນວໃດ?
ລະບົບໂທລະສັບມືຖືເລີ່ມຕົ້ນຂື້ນໃນຍຸກທຳອິດ ທີ່ເອີ້ນວ່າ 1G ຫຍໍ້ມາຈາກ First Generation Mobile Phone ເປັນລະບົບ (Analog) ຮອງຮັບລະບົບສຽງ (Voice) ໂທອອກ - ຮັບສາຍ ແຕ່ຢ່າງດຽວເທົ່ານັ້ນ.

ລະບົບໂທລະສັບມືຖືໃນຍຸກຕໍ່ມາເອີ້ນວ່າ 2G ຫຍໍ້ມາຈາກ Second Generation Mobile Phone ເລີ່ມຍຸກ (Digital) ຮອງຮັບລະບົບການສົ່ງຂໍ້ມູນ (Non Voice) ໄດ້, ສາມາດຮັບ-ສົ່ງລິງໂທນ (Ring Tone) ແລະ ພາບກຼາບຟິກ (Graphic) ຂາວດຳໄດ້ ແຕ່ຕ້ອງເປັນຂໍ້ມູນທີ່ເປັນຂະໜາດນ້ອຍເທົ່ານັ້ນ ແລະ ເມື່ອສົ່ງຂໍ້ມູນຈະແບ່ງຊ່ອງສັນຍານກັບລະບົບສຽງ.

ລະບົບໂທລະສັບມືຖື ໃນຍຸກຕໍ່ມາເອີ້ນວ່າ 2.5G ຍຸກທີ່ໂທລະສັບມືຖືເຕີບໃຫຍ່ຂະຫຍາຍຕົວຫລາຍທີ່ສຸດ ເລີ່ມຕົ້ນລະບົບ GPRS (General Packet Radio Service) ເຮັດໜ້າທີ່ໂດຍການແປງຂໍ້ມູນເປັນ ຄື້ນວິທະຍຸ ຮອງຮັບລະບົບສົ່ງຂໍ້ມູນໄດ້ຫລາຍຂື້ນ ສົ່ງພາບສີ ແລະ ພາບເຄື່ອນໄຫວໄດ້ ຂໍ້ຈຳກັດຄືເມື່ອ ສົ່ງຂໍ້ມູນຈະແບ່ງຊອ່ງສັນຍານກັບລະບົບສຽງ ເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນບໍ່ຫລາຍການເຊື່ອມຕໍ່ ໃຊ້ເວລາພໍສົມຄວນ.

ລະບົບໂທລະສັບມືຖື ໃນຍຸກຕໍ່ມາເອີ້ນຢ່າງບໍ່ເປັນທາງການວ່າ 2.75G ພັດທະນາເພີ່ມເຕີ່ມຈາກ 2.5G GPRS ເປັນລະບົບ EDGE (Enhance Data Rate For Gobal Evolution) ໃຊ້ຂະຫຍາຍ ຊ່ອງສັນຍານເພີ່ມຄວາມໄວ ແລະ ຄວາມຈຸຂອງລະບົບສົ່ງຂໍ້ມູນຫລາຍຂື້ນ ສົ່ງພາບເຄື່ອນໄຫວໄດ້ດີ ເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນໄດ້ຫລາຍກວ່າ 2.5G ແຕ່ກໍ່ຍັງມີຂໍ້ຈຳກັດຍັງໃຊ້ການແບ່ງຊ່ອງ ສັນຍານກັບລະບົບສຽງຢູ່.

ໂທລະສັບມືຖື 3G ແມ່ນຫັຍງ?

ລະບົບໂທລະສັບ 3G ຫຍໍ້ມາຈາກ Third Generation Mobile Phone ເຊິ່ງເປັນຍຸກທີ 3 ຂອງການພັດທະນາ ລະບົບໂທລະສັບມືຖື ເປັນລະບົບ ເຄືອຂ່າຍບໍ່ມີສາຍລຸ້ນລ້າສຸດ ເຮັດໜ້າທ່ີບົນພື້ນຖານຂອງ IP (Internet Protocal) ຈັດການລະບົບບໍລິຫານຂໍ້ມູນ ແບບລະບົບອິນເຕີເນັດ ເຊິ່ງແຕກຕ່າງ ແລະ ທັນສະໄໝກວ່າລະບົບ ໂທລະສັບ ແບບເກົ່າທີ່ໃຊ້ໃນຍຸກປະຈຸບັນ.

ຈຸດເດັ່ນຂອງລະບົບ 3G ຄືຄວາມໄວສູງ ໃນການຮັບ-ສົ່ງຂໍ້ມູນ ການເຊື່ອມຕໍ່ກັບເຄືອຂ່າຍ 3G ຕະຫລອດເວລາທີ່ເປີດເຄື່ອງ ທ່ານສາມາດເຊື່ອມຕໍ່ໄດ້ທັນທີ ໂດຍບໍ່ ຕ້ອງລໍຖ້າ ໃຫ້ບໍລິການ Multimedia ໄດ້ສົມບູນແບບ ຄວາມຈຸຂອງຂໍ້ມູນໃນ File ທີ່ມີຂະໜາດໃຫຍ່ກວ່າເກົ່າຫລາຍເທົ່າຕົວນຳໃຊ້ເພື່ອຄວາມສຸກຍຸກໃຫມ່ ຂອງ ຄົນລາວ ດ້ວຍການບໍລິການໃຫມ່ໆ ທັນສະໄຫມຫລາກຫລາຍຢ່າງບໍ່ເຄີຍມີມາກອ່ນ.

ໃນໄລຍະເລີ່ມຕົ້ນ ລະບົບ 3G ເປີດໃຫ້ບໍລິການ ໃນນະຄອນຫລວງວຽງຈັນກ່ອນ ສ່ວນພື້ນທີ່ຕ່າງແຂວງຈະເປັນລະບົບ EDGE/GPRS ເຊິ່ງສາມາດໃຊ້ບໍລິການຮັບ - ສົ່ງຂໍ້ມູນໄດ້ຄືກັນ ແລະ ຈະຂະຫຍາຍພື້ນທີ່ບໍລິການລະບົບ 3G ໄປສູ່ຕ່າງແຂວງໃນໄລຍະຕໍ່ໄປ.

ໂທລະສັບພຶ້ນຖານ


ໃຫ້ບໍລິການແບບໃຊ້ກ່ອນຈ່າຍຕາມຫລັງ
ມີໃບແຈ້ງຫນີ້ຄ່າໃຊ້ບໍລິການ ແລະ ຄ່າເຊົ່າປະຈໍາເດືອນ ໃນທຸກໆເດືອນ
ກໍລະນີຄ້າງຊໍາລະເກີນ 2 ເດືອນຂຶ້ນໄປ ເລກຫມາຍຈະຖືກລະງັບການໃຊ້ບໍລິການ
ອັດຕາຄ່າໂທ ແຕກຕ່າງກັນຕາມປະເພດການໂທ
ໂທໄປຕ່າງປະເທດ ເລີ່ມຕົ້ນ ນາທີລະ 2,000 ກີບ
ສາມາດນໍາໃຊ້ ອິນເຕີເນັດໄດ້ໂດຍໃຊ້ Dial-up ແລະ ADSL (ຕ້ອງຍູ່ໃນພື້ນທີ່ບໍລິການ





ອິນເຕີເນັດຄວາມໄວສູງຜ່ານລະບົບສາຍໂທລະສັບ
ADSL (Asymmetric Digital Subscriber Line) ແມ່ນອິນເຕີເນັດຄວາມໄວສູງຜ່ານລະບົບ ສາຍໂທລະສັບ, ຊີ່ງມີຄຸນລັກສະນະພິເສດຄື:
ລູກຄ້າສາມາດໃຊ້ສາຍໂທລະສັບ ແລະ ອິນເຕີເນັດ ໃນເວລາດຽວກັນໂດຍບໍ່ມີສັນຍານລົບກວນກັນແຕ່ຢ່າງໃດເລີຍ
ລູກຄ້າສາມາດເລືອກ ຄວາມໄວຂອງການໃຫ້ບໍລິການ ໄດ້ຕາມຄວາມເຫມາະສົມຂອງຕົນເອງ ໄດ້ເຊ່ັ່ນ: 512/256kbps, 1 Mbps, 2 Mbps.
ເອກະສານໃນການສະໝັກ
ລູກຄ້າທີ່ຕ້ອງການສະໝັກໃຊ້ບໍລິການ ສາມາດ Download ​ໃບສະ​ເໜີ​ຂໍ​​ໃຊ້ (Preregistration Form) ແລະ​ ໃບ​ສະໝັກ (Application Form) ​ເພື່ອ​ສຶກສາ​ເງື່ອນ​ໄຂ​ການ​ໃຫ້ບໍລິການ​ກ່ອນສະໝັກ. ຖ້າ​ທ່ານ​ເຫັນ​ວ່າ​ ສາມາດ​ສະໝັກ​ຕາມ​ເງື່ອນ​ໄຂ​ໄດ້ ລາວ​ ໂທລະ​ຄົມ ​ຍິນດີ​ດໍາ​ເນີນ​ການ​ຕິດ​ຕັ້ງ​ໃຫ້ຕາມ​ລະບຽບ​ການ​ໃຫ້ບໍລິການ. ລາຍ​ລະອຽດ​ຂອງ​ອັດຕາ​ຄ່າ​ບໍລິການ​ແມ່ນ ​ສາມາດ​ອ່ານ​ໄດ້​ທີ່​ໃບ Preregistration Form. ​ເອກະສານ​ເພີ່ມມີດັ່ງນີ້:
ສະໝັກໃນນາມສ່ວນບຸກຄົນ (ຄົນລາວ): ສຳເນົາ ປື້ມສຳມະໂນຄົວ, ສຳເນົາ ບັດປະຊາຊົນ, ໃບຢັ້ງຢືນທີ່ຢູ່.
ສະໝັກໃນນາມບໍລິສັດ: ສຳເນົາ ທະບຽນວິສາຫະກິດ, ສຳເນົາ ໃບເສຍອາກອນ, ສຳເນົາບັດປະຈຳຕົວຜູ້ອຳນວຍການ ແລະ ໃບສະເໜີ.
ສະໝັກໃນນາມ ລັດຖະບານ, ອົງການຈັດຕັ້ງສາກົນຕ່າງໆ: ໃບຄຳຮ້ອງ.
ສະໝັກໃນນາມຄົນຕ່າງປະເທດ: ສຳເນົາ Passport, ເຊັນຢັ້ງຢືນໃບຄ້ຳປະກັນ ຈາກອົງການຈັດຕັ້ງ.

ອີນເຕີເນັດ HSPA

ອີນເຕີເນັດ.. ບໍ່ມີສາຍ HSPA (Mobile Broadband Technology) ອິດສະຫຼະພາບເພື່ອການເຊື່ອມຕໍ່ຂອງທ່ານ..... ຈະບໍ່ມີຄຳວ່າ " ຂີດຈຳກັດ "
ເຊື່ອມຕໍ່ອີນເຕີເນັດ ໄດ້ແບບອິດສະຫຼະ ທຸກທີ່ ທີ່ມີສັນຍານໂທລະສັບມືຖື ເຄືອຂ່າຍກວ້າງໄກ
ຄວບຄຸມສັນຍານທຸກພື້ນທີ່ທົ່ວປະເທດ
ອຸປະກອນກະທັດຮັດ ພົກພາໄດ້ສະດວກດ້ວຍ USB Modem HSPA and Sim Card
ດາວໂຫຼດຂໍ້ມູນ ດ້ວຍຄວາມໄວສູງສຸດ.... 14.4Mbps








ບໍລິການ ໂທຂ້າມແດນອັດຕະໂນມັດ (International Roaming Service: IR)
IR ບໍລິການໂທຂ້າມແດນອັດຕະໂນມັດ ເປັນບໍລິການໜຶ່ງຂອງໂທລະສັບມືຖືແບບລາຍເດືອນ ທີ່ໃຫ້ ທ່ານສາມາດນໍາເອົາໂທລະສັບມືຖືຂອງທ່ານໄປນໍາໃຊ້ໄດ້ ໃນຕ່າງປະເທດທີ່ມີການໃຫ້ບໍລິການ IR ຫຼື ມີ ສັນຍາຮ່ວມ ກັນໃນການເປິດໃຫ້ບໍລິການ IR ກັບ ລາວໂທລະຄົມ. ບໍລິການ IR ນີ້ ຈະອໍານວຍຄວາມສະດວກດ້ານການຕິດຕໍ່ສື່ສານໃຫ້ທ່ານ ໃນຂະນະທີ່ທ່ານເດີນ ທາງໄປຕ່າງປະເທດຢ່າງອົບອຸ່ນໃຈວ່າ ທ່ານຈະບໍ່ຂາດການຕິດຕໍ່ສື່ສານທຸກເລື່ອງທີ່ສໍາຄັນທັງດ້ານທຸລະກິດ ຫຼື ເລື່ອງສ່ວນຕົວດ້ວຍເບີມືຖື ເອັມໂຟນ ຈີເອັສເອັມ ເຄື່ອງເດີມເບີເດີມ
ການຈົດທະບຽນນໍາໃຊ້
ສະໝັກໃຊ້ບໍລິການໄດ້ທີ່ ສູນບໍລິການລູກຄ້າ ລາວໂທລະຄົມ ທຸກສາຂາທົ່ວປະເທດ.
ຄ່າທໍານຽມ ຫຼື ຄ່າເປີດຄັ້ງທໍາອິດ ຟຣີ.
ທ່ານສາມາດເປີດບໍລິການ IR ພຽງຄັ້ງດຽວ ສາມາດນໍາໃຊ້ໄດ້ຕະຫຼອດໄປ.
ສາມາດລະງັບໃຊ້ບໍລິການ IR ຊົ່ວຄາວໄດ້ ແລະ ບໍ່ມີຄ່າທໍານຽມ ໃນການເປີດນໍາໃຊ້ໃໝ່





ບໍລິການສຽງເພງລໍສາຍ RBT
ແມ່ນບໍລິການສຽງເພງລໍຖ້າຮັບສາຍ ເມື່ອເວລາໂທເຂົ້າໄປ
ບໍລິການຜ່ານ SMS
ວິທີສະໝັກ: ພິມ R/r ສົ່ງໄປທີ່ເບີ 1155
ວິທີຍົກເລີກ: ພິມ dereg ສົ່ງໄປທີ່ເບີ 1155
ວິທີດາວໂຫຼດ: ພິມ O/o ຕາມດ້ວຍລະຫັດເພງ ແລ້ວສົ່ງໄປທີ່ເບີ 1155
ວິທີກ່າຍເພງຂອງໝູ່ມາເປັນຂອງຕົນ: ກົດ *1 ປະໄວ້ ໃນຂະນະໄດ້ຍິນສຽງເພງ
ວິທີລຶບເພງ: ພິມ d ຕາມດ້ວຍລະຫັດເພງ ສົ່ງໄປທີ່ເບີ 1155
ບໍລິການຜ່ານ USSD
ວິທີສະໝັກ: ກົດ*1155*1# ແລ້ວກົດໂທອອກ
ວິທີຍົກເລີກ: ກົດ *1155*0# ແລ້ວກົດໂທອອກ
ວິທີດາວໂຫຼດ: ກົດ *1155* ຕາມດ້ວຍລະຫັດເພງ # ແລ້ວກົດໂທອອກ





















No comments:

Post a Comment